ວັນທີ: 10
/ 6 / 2020 ສັນຍາບໍລິການ
Ego ພາກສະເໝີຜ່ານ ຍິນດີຕ້ອນຮັບທ່ານ ພ້ອມກັນເຊັນສັນຍາບໍລິການ Ego ກັບບັນດາຜູ້ບໍລິຫານ ແອັບ Ego ລາຍລະອຽດເບີ່ງຕາມແຕ່ລະຂໍ້ “ເອີ້ນວ່າ: ຄູ່ສັນຍາ” ພ້ອມທັງໃຊ້ບໍລິການຂອງ ແອັບ Ego ຄໍາສັບທີ່ສໍາຄັນເປັນການອະລໍາພະບົດບັນດາຂໍ້ບໍລິການ ພຽງແຕ່ ໃຊ້ເພື່ອຊ່ວຍໃຫ້ທ່ານເຂົ້າໃຈ ຈຸດປະສົງໃນການສື່ຄວາມໝາຍຂໍ້ດັ່ງກ່າວເທົ່ານັ້ນ ບໍ່ສົ່ງຜົນກະທົບ, ຈໍາກັດຄວາມໝາຍ ຫຼື ການອະທິບາຍຂອງແຕ່ລະຂໍ້ໃນສັນຍາສະບັບນີ້. ເພື່ອເປັນການປົກປ້ອງສິດຜົນປະໂຫຍດ ຂອງຕົວທ່ານເອງ ຈຶ່ງແນະນໍາໃຫ້ທ່ານອ່ານເນື້ອໃນແຕ່ລະຂໍ້ຢ່າງລະອຽດ. 【ອ່ານຢ່າງຕຶກຕອງ】: ກ່ອນທີ່ທ່ານຈະກົດເຫັນດີຕາມສັນຍາສະບັບນີ້ ໃນລະຫວ່າງຂັ້ນຕອນຂໍຈົດທະບຽນນັ້ນທ່ານ ຄວນຕັ້ງໃຈອ່ານສັນຍາສະບັບນີ້ກ່ອນ ຂໍໃຫ້ທ່ານອ່ານຢ່າງຕຶກຕອງຖີ່ຖ້ວນເຂົ້າໃຈເນື້ອໃນແຕ່ລະຂໍ້ຢ່າງລະອຽດໂດຍສະເພາະແມ່ນຂໍ້ທີ່ຍົກເວັ້ນ ຫຼື ຈໍາກັດຄວາມຮັບຜິດຊອບ ມາດຕາກົດໝາຍນຳໃຊ້ ແລະ ການແກ້ໄຂ ຂໍ້ຂັດແຍ່ງທີ່ຍົກເວັ້ນ ຫຼື ຈໍາກັດຄວາມຮັບຜິດຊອບຈະໝາຍດ້ວຍຕົວອັກສອນເຂັ້ມຂິດ ກ້ອງໄວ້ທ່ານຕ້ອງອ່ານໃຫ້ເປັນຈຸດໜັກ. ຖ້າຫາກທ່ານມີຂໍ້ຂ້ອງໃຈໃດໆຕໍ່ສັນຍາສະບັບນີ້ກໍ່ສາມາດສອບຖາມ ນໍາ ສູນບໍລິການ ແອັບ Ego ໄດ້. 【ພຶດຕິກຳເຊັນສັນຍາ】ພາຍຫຼັງທ່ານຂຽນຂໍ້ມູນໃສ່ຕາມໜ້າຟອມຈົດທະບຽນແລ້ວອ່ານ ແລະ ເຫັນດີຕາມສັນຍາສະ ບັບນີ້ ພ້ອມທັງສໍາເລັດໂປຣແກຣມ ການຈົດທະບຽນທັງໝົດແລ້ວ ກໍ່ໝາຍຄວາມວ່າທ່ານ ໄດ້ເຂົ້າໃຈ ແລະ ຍອມຮັບເນື້ອໃນທັງໝົດຂອງສັນຍາສະບັບນີ້ ເປັນທີ່ຮຽບຮ້ອຍພ້ອມທັງບັນລຸເຖິງຄວາມເປັນເອກະພາບກັບ Ego ແລ້ວກາຍເປັນ “ຜູ້ຊົມໃຊ້” ຂອງແອັບ Ego. ໃນລະຫວ່າງການອ່ານສັນຍາສະບັບນີ້. ຖ້າຫາກທ່ານບໍ່ເຫັນດີກັບ ສັນຍາ ຫຼື ຂໍ້ກຳນົດໃດໜຶ່ງໃນສັນຍາສະບັບນີ້ ທ່ານຕ້ອງຢຸດຕິໂປຣແກຣມຈົດທະບຽນທັນທີ. I. ນິຍາມ ແອັບ Ego: ໝາຍເຖິງເວັບໄຊຂອງ Ego ( laoego.com ) ແລະ
ແອັບ Ego
ໃນໂທລະສັບມືຖຶ. Ego : ແມ່ນຊື່ຫຍໍ້ ຂອງ Lao Ego Network Co.,Ltd. ການບໍລິການແອັບ Ego: ໝາຍເຖິງການບໍລິການຕ່າງໆທີ່ Ego ສະໜອງໃຫ້ທ່ານໂດຍມີຖານຢູ່ທີ່ອິນເຕີເນັດ
ດ້ວຍຮູບແບບແອັບ Ego. ກົດລະບຽບຂອງແອັບ Ego: ໝາຍເຖິງລະບຽບທີ່ປະກາດ,
ການຊີ້ແຈງ, ຄຳແນະນຳ ແລະ ການນຳໃຊ້ ຜະລິດຕະພັນຕ່າງໆ ຫຼື ໂພສລົງແອັບ Ego. II. ຂອບເຂດສັນຍາ 2.1. ຫຼັກເຄົ້າຂອງສັນຍາ 2.1.1 ຫຼັກເຄົ້າຄວາມສະເໝີພາບ: ສັນຍາສະບັບນີ້ ໂດຍແມ່ນທ່ານກັບຜູ້ບໍລິຫານແອັບ Ego ພ້ອມກັນ ເປັນຜູ້ຊີ້ຂາດ, ສັນຍາສະບັບນີ້ ລ້ວນແຕ່ມີຜົນສັກສິດເທົ່າທຽມກັນ ຕໍ່ທ່ານກັບຜູ້ບໍລິຫານແອັບ Ego; 2.1.2. ຂ່າວສານຫຼັກເຄົ້າ: ຜູ້ບໍລິຫານແອັບ Ego ໝາຍເຖິງບັນດາຫຼັກເຄົ້າກົດໝາຍໃນການບໍລິຫານ ແອັບ Ego,
ທ່ານສາມາດກວດເບິ່ງຂໍ້ມູນຫຼັກຖານ ທີ່ໂຊຢູ່ດ້ານລຸ່ມໜ້າຫຼັກຂອງບັນດາເວັບໄຊ Ego ເພື່ອກໍານົດເອົາຫຼັກເຄົ້າ Ego
ສໍາລັບປະຕິບັດສັນຍາກັບທ່ານ ພາຍໃຕ້ສັນຍາສະບັບນີ້ຜູ້ບໍລິຫານແອັບ Ego ອາດຈະມີການສັບປ່ຽນຕາມການ ປັບປຸງທຸລະກໍາຂອງແອັບ Ego, ຜູ້ບໍລິຫານທີ່ສັບປ່ຽນແລ້ວນັ້ນ ຈະພ້ອມກັນປະຕິບັດສັນຍາສະບັບນີ້ ກັບທ່ານ ພ້ອມທັງສະໜອງການບໍລິການໃຫ້ທ່ານ ການສັບປ່ຽນຂອງຜູ້ບໍລິຫານ ຈະບໍ່ສົ່ງຜົນກະທົບ ຕໍ່ສິດຜົນປະໂຫຍດພາຍໃນສັນຍາສະບັບນີ້ຂອງທ່ານ ຜູ້ບໍລິຫານແອັບ Ego ຍັງອາດຈະເພີ່ມຂຶ້ນໃໝ່ ຍ້ອນການສະໜອງການບໍລິການແອັບອັນໃໝ່ ຖ້າທ່ານໃຊ້ບໍລິການແອັບ Ego ທີ່ເພີ່ມຂຶ້ນມາໃໝ່ ກໍ່ສະແດງວ່າທ່ານເຫັນດີໃຫ້ຜູ້ບໍລິຫານແອັບ Ego ທີ່ເພີ່ມຂຶ້ນມາໃໝ່ນີ້ພ້ອມກັນປະຕິບັດສັນຍາ ສະບັບນີ້ກັບທ່ານ ໃນກໍລະນີເກີດຂໍ້ຂັດແຍ່ງ ທ່ານສາມາດກໍານົດເອົາຫຼັກເຄົ້າ ແລະ ຝ່າຍຂັດແຍ່ງທີ່ ປະຕິບັດສັນຍາກັບທ່ານໂດຍອີງຕາມບໍລິການທີ່ທ່ານໃຊ້ຢູ່ ແລະ ເປົ້າໝາຍພຶດຕິກໍາຕົວຈິງທີ່ເກີດ ຜົນກະທົບຕໍ່ສິດຜົນປະໂຫຍດຂອງທ່ານນັ້ນ. 2.2. ສັນຍາເພີ່ມເຕີມ
ເນື່ອງຈາກວ່າອິນເຕີເນັດໄດ້ພັດທະນາຢ່າງວ່ອງໄວຂໍ້ທີ່ລະບຸໄວ້ໃນສັນຍາສະບັບນີ້ທີ່ທ່ານເຊັນກັບ Ego ບໍ່ອາດຄົບ ຖ້ວນສົມບູນພ້ອມທັງກວມລວມເອົາສິດ ແລະ ພັນທະຂອງທ່ານກັບ Ego ທີ່ມີຢູ່ປັດຈຸບັນກໍ່ບໍ່ອາດຮັບປະກັນ ວ່າຈະແທດເໝາະກັບ ຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ໃນອະນາຄົດໄດ້ຈົນໝົດຍ້ອນເຫດນີ້ ຖະແຫຼງ ການທາງກົດໝາຍກັບນະໂຍບາຍສິດທິສ່ວນຕົວຂອງ ແອັບ Ego ແລະ ລະບຽບແອັບ Ego ລ້ວນແຕ່ ເປັນສັນຍາເພີ່ມເຕີມຂອງ ສັນຍາສະບັບນີ້ ລ້ວນແຕ່ກ່ຽວພັນກັບສັນຍາສະບັບນີ້ ບໍ່ອາດຕັດແບ່ງ ກັນໄດ້ພ້ອມທັງມີຜົນສັກສິດເທົ່າທຽມກັນທາງກົດໝາຍ ຖ້າທ່ານໃຊ້ບໍລິການແອັບ Ego ສະແດງ ວ່າທ່ານເຫັນດີນໍາສັນຍາເພີ່ມເຕີມທີ່ ກ່າວມາຂ້າງເທິງນັ້ນ. III. ການຈົດທະບຽນ ແລະ ການນໍາໃຊ້ບັນຊີ 3.1 ຄຸນສົມບັດຜູ້ຊົມໃຊ້ ທ່ານຕ້ອງແນ່ໃຈກ່ອນທີ່ທ່ານຈະເລີ່ມຕົ້ນໂປຣແກຣມຈົດທະບຽນໃຊ້ບໍລິການແອັບ Ego ທ່ານຕ້ອງມີຄວາມສາມາດ ກະທໍາການທາງກົດໝາຍແພ່ງ ທີ່ແທດເໝາະກັບພຶດຕິກໍາຂອງທ່ານຕາມລະບຽບກົດໝາຍ ແຫ່ງ ສປປ ລາວ ຖ້າຫາກ ທ່ານບໍ່ມີຄວາມສາມາດກະທໍາການທາງກົດໝາຍແພ່ງ ທີ່ແທດເໝາະກັບພຶດຕິກໍາ ຂອງທ່ານດັ່ງ ທີ່ກ່າວມາຂ້າງເທິງນັ້ນ ທ່ານກັບຜູ້ປົກຄອງຂອງທ່ານ ກໍ່ຕ້ອງຮັບຜິດຊອບຜົນເສຍຫາຍທັງໝົດ ທີ່ເກີດຈາກ ເຫດນີ້ຕາມລະບຽບກົດໝາຍ. 3.2 ການຊີ້ແຈງບັນຊີ 3.2.1 ການໄດ້ເປັນເຈົ້າຂອງບັນຊີ: ເມື່ອທ່ານປະກອບຂໍ້ມູນໃສ່ຕາມໜ້າຟອມຈົດທະບຽນພ້ອມທັງອ່ານ ແລະ ເຫັນດີຕາມສັນຍາສະບັບນີ້ພ້ອມທັງສໍາເລັດໂປຣແກຣມຈົດທະບຽນທັງໝົດແລ້ວ ທ່ານສາມາດເປັນເຈົ້າຂອງບັນຊີ ແອັບ Ego ພ້ອມທັງກາຍເປັນຜູ້ຊົມໃຊ້ແອັບ Ego. ແອັບ Ego ອະນຸຍາດໃຫ້ຜູ້ຊົມໃຊ້ທຸກຄົນເປັນເຈົ້າຂອງບັນຊີໄດ້ພຽງແຕ່ບັນຊີດຽວເທົ່ານັ້ນ ຖ້າມີຫຼັກຖານຢັ້ງຢືນ, ອີງຕາມລະບຽບຂອງແອັບ
Ego ລະບຸວ່າທ່ານຈົດທະບຽນບໍ່ຖືກຕ້ອງ ຫຼື ນໍາໃຊ້ບັນຊີຫຼາຍບັນຊີບໍ່ຖືກຕ້ອງແລ້ວແອັບ Ego ສາມາດໃຊ້ມາດຕະການລະງັບ
ຫຼື ປິດບັນຊີ, ຍົກເລີກອໍເດີ້, ປະຕິເສດການໃຫ້ບໍລິການ. ຖ້າສ້າງຄວາມເສຍຫາຍ ໃຫ້ແກ່ແອັບEgo ແລະ ຝ່າຍທີ່ກ່ຽວຂ້ອງທ່ານຈະຕ້ອງຮັບຜິດຊອບຊົດເຊີຍຄ່າເສຍຫາຍຄືນອີກດ້ວຍ. 3.2.2 ການນໍາໃຊ້ບັນຊີ: ທ່ານມີສິດນໍາໃຊ້ຊື່ສະມາຊິກ Ego,
ອີເມວ, ເບີໂທລະສັບທີ່ທ່ານໄດ້ຕັ້ງຄ່າ ຫຼື ຕົກລົງໄວ້ນັ້ນ( ເອີ້ນວ່າ: ຊື່ເຈົ້າຂອງບັນຊີ ) ລະຫັດ, ຊື່ເຈົ້າຂອງບັນຊີກັບຊື່ລວມພາດສ໌ເວີດ ເຈົ້າຂອງບັນຊີ ທີ່ທ່ານຕັ້ງຄ່າໄວ້ນັ້ນເຂົ້າຫາແອັບ Ego ເນື່ອງຈາກວ່າບັນຊີຂອງທ່ານ ກ່ຽວພັນກັບຂໍ້ມູນສ່ວນຕົວຂອງທ່ານກັບ ຂໍ້ມູນທຸລະກິດຂອງແອັບ Ego ບັນຊີຂອງທ່ານແມ່ນທ່ານໃຊ້ສໍາລັບຄົນດຽວເທົ່ານັ້ນ. ຖ້າບໍ່ໄດ້ຮັບອະນຸຍາດຈາກແອັບ Ego ທ່ານມອບສິດ ໃຫ້ບຸກຄົນທີ່ 3 ນໍາໃຊ້ບັນຊີຂອງທ່ານ ໂດຍທາງກົງ ຫຼື ທາງອ້ອມ ພຶດຕິກໍາທີ່ແກະເອົາຂໍ້ມູນຢູ່ພາຍໃນບັນຊີຂອງທ່ານນັ້ນ ແມ່ນບໍ່ມີຜົນສັກສິດ. ຖ້າຫາກ Ego ອີງຕາມໂປຣແກຣມຄອນເຟີມການລະເມີດລະບຽບກັບມາດຕະຖານ ທີ່ໄດ້ກໍານົດໄວ້ໃນສັນຍາສະບັບນີ້ ທີ່ລະບຸໄວ້ການນໍາໃຊ້ບັນຊີແອັບຂອງທ່ານອາດເປັນອັນຕະລາຍ ຕໍ່ຄວາມປອດໄພ ບັນຊີ ຂອງທ່ານ ຫຼື ຄວາມປອດໄພທາງດ້ານຂໍ້ມູນຂ່າວສານຂອງແອັບ Ego ແລະ Ego
ສາມາດປະຕິເສດ ການໃຫ້ບໍລິການ ຫຼື ສິ້ນສຸດສັນຍາສະບັບນີ້ທັນທີ. 3.2.3 ການໂອນມອບບັນຊີ: ເນື່ອງຈາກວ່າບັນຊີທ່ານກ່ຽວພັນກັບຂ່າວສານຄວາມໄວ້ໃຈຂອງຜູ້ຊົມໃຊ້ໃນກໍ ລະນີທີ່ມີຂໍ້ກໍານົດອັນແນນອນ ຕັດສິນຕາມກົດໝາຍ ຫຼື ຜ່ານການເຫັນດີຈາກ Ego ພ້ອມທັງສອດຄ່ອງ ກັບຂັ້ນຕອນການ ໂອນມອບບັນຊີຂອງທ່ານຕາມລະບຽບທີ່ໄດ້ກໍານົດໄວ້ນັ້ນ ທ່ານສາມາດດໍາເນີນ ການໂອນມອບບັນຊີ ໄດ້ເມື່ອບັນຊີຂອງ ທ່ານຜ່ານການໂອນມອບແລ້ວ ສິດພັນທະພາຍໃນບັນຊີດັ່ງກ່າວນີ້ ກໍ່ໂອນມອບໄປນໍາກັນ. ນອກຈາກນີ້ແລ້ວ ບັນຊີຂອງທ່ານກໍ່ບໍ່ສາມາດໂອນມອບດ້ວຍຮູບການໃດໆ ບໍ່ດັ່ງນັ້ນແອັບ Ego ມີສິດ ນໍາທວງຄວາມຮັບ ຜິດຊອບຕໍ່ການລະເມີດ ຂອງທ່ານແລ້ວຄວາມຮັບຜິດຊອບກັບຜົນເສຍຫາຍທີ່ເກີດຈາກເລື່ອງນີ້ກໍ່ ແມ່ນທ່ານເປັນຜູ້ຮັບຜິດຊອບເອງ ການຢືນຢັນຊື່ແທ້ ໃນນາມຜູ້ບໍລິຫານແອັບ Ego ທັງນີ້ກໍ່ເພື່ອເຮັດໃຫ້ ທ່ານໄດ້ໃຊ້ບໍລິການ ລາຍການຕ່າງໆ ຂອງແອັບ Ego ໃຫ້ດີກວ່າເກົ່າ ຮັບປະກັນ ຄວາມປອດໄພໃຫ້ແກ່ບັນຊີຂອງທ່ານ Ego ສາມາດຮຽກຮ້ອງໃຫ້ທ່ານຢືນຢັນຊື່ແທ້ໃຫ້ສໍາເລັດ ຕາມຂໍ້ຮຽກຮ້ອງ ຂອງບໍລິສັດ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງກໍານົດໄວ້. 3.3. ການຄຸ້ມຄອງຂ່າວສານຈົດທະບຽນ 3.3.1. ຖືກກົດໝາຍຢ່າງແທ້ຈິງ 【 ຂ່າວສານແທ້ຈິງ 】 ໃນເວລາທີ່ໃຊ້ບໍລິການແອັບ Ego, ທ່ານຄວນສະໜອງຂໍ້ມູນໃຫ້ຖືກຕ້ອງຄົບຖ້ວນຕາມ ໜ້າແອັບEgo ນັ້ນ ລວມມີຊື່ ແລະ ນາມສະກຸນຂອງທ່ານພ້ອມທີ່ຢູ່ອີເມວ, ເບີໂທລະສັບ, ທີ່ຢູ່ປັດຈຸບັນເພື່ອໃຫ້ Ego ຫຼື ຜູ້ຊົມໃຊ້ອື່ນໆຕິດຕໍ່ກັບທ່ານໄດ້ສະດວກ. ທ່ານເຊື່ອມຊືມພ້ອມທັງເຫັນດີທ່ານມີພັນທະໃນການ ຮັກສາ ຄວາມຈິງ ແລະ ຄວາມມີປະສິດທິຜົນຂອງຂ່າວສານທີ່ທ່ານສະໜອງໃຫ້ນັ້ນ. 【 ລັກສະນະຖືກກົດໝາຍຂອງ ຊື່ສະມາຊິກ Ego 】ທີ່ທ່ານຕັ້ງຄ່າໄວ້ນັ້ນ ບໍ່ໃຫ້ລະເມີດຕໍ່ລະບຽບ ກົດໝາຍຂອງຊາດ ແລະ ລະບຽບທີ່ກ່ຽວຂ້ອງຂອງແອັບ Ego ກ່ຽວກັບລະບຽບການຄຸ້ມຄອງ ຊື່ສະ ມາຊິກ, ບໍ່ດັ່ງນັ້ນ Ego ສາມາດເກັບຊື່ສະມາຊິກຂອງທ່ານຄືນ ການເກັບຊື່ສະມາຊິກຂອງທ່ານຄືນນີ້ ຈະບໍ່ສົ່ງ ຜົນກະທົບ ຕໍ່ການໃຊ້ອີເມວ, ເບີໂທລະສັບເຂົ້າຫາແອັບ Ego ພ້ອມທັງໃຊ້ບໍລິການແອັບ Ego
ຂອງທ່ານ. 3.3.2. ການອັບເດດ ແລະ ປົກປັກຮັກສາ ທ່ານຄວນອັບເດດຂ່າວສານທີ່ທ່ານສະໜອງນັ້ນ ໃຫ້ທັນເວລາ, ພາຍໃຕ້ ສະພາບກົດໝາຍມີການລະບຸຂໍ້ກໍານົດຮຽກຮ້ອງໃຫ້ Ego
ໃນນາມທີ່ເປັນຜູ້ໃຫ້ບໍລິການທາງດ້ານແອັບນັ້ນຈໍາຕ້ອງ ມີການກວດສອບຂ່າວສານຂອງຜູ້ຊົມໃຊ້ບາງພາກສ່ວນເຊັ່ນ: ຜູ້ຊື້ ແອັບ Ego, Ego
ຈະດໍາເນີນ ການກວດກາ, ກວດສອບຂ່າວສານຂອງທ່ານຕາມກົດໝາຍໂດຍບໍ່ກໍານົດເວລາ ທ່ານຄວນ ໃຫ້ຄວາມ ຮ່ວມມື ສະໜອງຂ່າວສານໃໝ່ຫຼ້າສຸດ, ຕ້ອງມີຈິງ, ຄົບຖ້ວນ, ມີປະສິດທິຜົນ. ຖ້າຫາກ Ego ຕິດຕໍ່ຫາ ທ່ານຕາມ ຂ່າວສານທີ່ທ່ານສະໜອງ ໃຫ້ຄັ້ງສຸດທ້າຍແລ້ວບໍ່ ໄດ້ຜົນ ທ່ານບໍ່ໄດ້ສະໜອງຂ່າວສານ ທັນເວລາ ຕາມຂໍ້ຮຽກຮ້ອງຂອງ Ego ຂ່າວສານທີ່ ທ່ານສະໜອງໃຫ້ນັ້ນ ບໍ່ເປັນຄວາມຈິງ ຫຼື ສໍານັກງານຍຸຕິທໍາ ກວດສອບວ່າ ຂ່າວສານຂອງທ່ານບໍ່ມີປະສິດທິຜົນ ທ່ານຈະຕ້ອງຮັບຜິດຊອບ ຄວາມເສຍຫາຍທັງໝົດ ແລະ ຄວາມອັບປະໂຫຍດຕໍ່ຕົວທ່ານເອງ ຕໍ່ຄົນອື່ນ ແລະ ຕໍ່ Ego ທີ່ເກີດຈາກເຫດນີ້ Ego ສາມາດສົ່ງແຈ້ງການ ຫາທ່ານ ເພື່ອສອບຖາມ ຫຼື ຮຽກຮ້ອງໃຫ້ປັບປຸງດັດແກ້ ພ້ອມທັງຮຽກຮ້ອງໃຫ້ທ່ານດໍາ ເນີນການຢືນຢັນຄືນໃໝ່ ຈົນກວ່າຈະສະລໍ ຫຼື ສິ້ນສຸດ ການໃຫ້ບໍລິການບາງສ່ວນ ຫຼື ທັງໝົົດ, ແລ້ວ Ego
ກໍ່ຈະບໍ່ຮັບຜິດ ຊອບຕໍ່ເລື່ອງນີ້. 3.4. ການຈັດລະບຽບຄວາມປອດໄພຂອງບັນຊີ 3.4.1 ພັນທະຮັກສາຄວາມປອດໄພຂອງບັນຊີ: ບັນຊີຂອງທ່ານແມ່ນທ່ານເປັນຜູ້ຕັ້ງຄ່າເອງ ແລະ
ເປັນຜູ້ຮັກສາ, ເວລາໃດກໍ່ຕາມ Ego ຈະບໍ່ເປັນຝ່າຍຮຽກຮ້ອງໃຫ້ທ່ານສະໜອງລະຫັດບັນຊີຂອງທ່ານຍ້ອນແນວນີ້ ຈຶ່ງແນະນໍາໃຫ້ທ່ານ ຕ້ອງເກັບຮັກສາບັນຊີຂອງທ່ານໃຫ້ດີພ້ອມທັງຮັບປະກັນວ່າເມື່ອທ່ານຫຼິ້ນອິນເຕີເນັດແລ້ວ ທ່ານກໍ່ໄດ້ອອກຈາກການ ລ໋ອກອິນທຸກຊ່ວງທຸກຕອນພ້ອມທັງອອກຈາກແອັບ Ego ດ້ວຍບາດກ້າວທີ່ຖືກຕ້ອງ. ຄວາມເສຍຫາຍທີ່ເກີດຈາກບັນຊີຮົ່ວໄຫຼ ຫຼື ຖືກຄົນອື່ນໂຈມຕີ ຖືກສໍ້ໂກງຍ້ອນພຶດຕິກໍາ ຂອງທ່ານ ນັ້ນ, Ego ຈະບໍ່ຮັບຜິດຊອບ ທ່ານຄວນອາໄສຊ່ອງທາງກອບກູ້ເສດຖະກິດ ໂດຍຜ່ານຂະບວນການຍຸຕິ ທໍາເພື່ອນໍາທວງຜູ້ກະທໍາການບຸກລຸກສິດໃຫ້ຊົດເຊີຍຄືນ. 3.4.2 ຮັບຜິດຊອບເອງຕໍ່ການກະທຳບັນຊີ: ນອກຈາກຄວາມຜິດຂອງ Ego ແລ້ວ ທ່ານຕ້ອງຮັບຜິດຊອບ ຕໍ່ຜົນການກະທໍາທັງໝົດທີ່ຢູ່ພາຍໃຕ້ລາຍການບັນຊີຂອງທ່ານ ລວມແຕ່ບໍ່ຈໍາກັດສັນຍາທຸກ ປະເພດ ທີ່ເຊັນທາງອອນລາຍ, ການໂພສຂ່າວສານ, ການຊື້ສິນຄ້າກັບການຊື້ບໍລິການ ກັບຂ່າວສານ ເປີດໂປງ. 3.4.3 ສິ່ງທີ່ຄວນຮູ້ໃນການປົກປັກຮັກສາປະຈໍາວັນ: ຖ້າຫາກພົບເຫັນກໍລະນີໃດໜຶ່ງ ທີ່ບໍ່ໄດ້ຜ່ານການມອບ ສິດນໍາໃຊ້ບັນຊີຂອງທ່ານເຂົ້າຫາແອັບ Ego ຫຼື ກໍລະນີອື່ນທີ່ອາດເຮັດໃຫ້ບັນຊີຂອງທ່ານຖືກລັກ ຫຼື ເສຍຫາຍ, ແນະນໍາທ່ານ ແຈ້ງການໃຫ້ Ego ທັນທີ ພ້ອມທັງມອບສິດໃຫ້ Ego ນໍາເອົາຂ່າວສານດັ່ງກ່າວນີ້ ສົ່ງໃຫ້ແອັບວີແຊັດPay ກັບ ອາລີບາບາ ພ້ອມກັນເລີຍ. ໃຫ້ທ່ານເຂົ້າໃຈວ່າການຕອບຮັບຈາກ Ego ຕໍ່ຄໍາຂໍໃດໜຶ່ງຂອງ ທ່ານລ້ວນ ແຕ່ຕ້ອງການ ເວລາທີ່ເໝາະສົມ ແລ້ວ Ego ກໍ່ຄວນຕອບຮັບ ຄໍາຂໍຂອງທ່ານນີ້ເຊິ່ງອາດ ຈະບໍ່ມີທາງ ຫຼີກລ້ຽງ, ຢັບຢັ້ງຜົນຮ້າຍທີ່ຈະເກີດຂຶ້ນ ຫຼື ບານປາຍກວ້າງອອກນອກຈາກຄວາມຜິດ ທາງກົດໝາຍທີ່ໄດ້ກໍານົດແລ້ວ Ego ຈະບໍ່ຮັບຜິດຊອບ. IV. ການບໍລິການກັບການຈັດລະບຽບແອັບ Ego 4.1.ສະພາບຫຍໍ້ຂອງການບໍລິການ: ທ່ານມີສິດໄດ້ຮັບການບໍລິການຈາກແອັບ Ego ເຊັ່ນວ່າ: ຍ້ຽມຊົມ, ສະສົມ, ຈັດຊື້ ແລະ ຕີລາຄາສິນຄ້າ ຫຼື ການບໍລິການ, ແກ້ໄຂຂໍ້ຂັດແຍ່ງການຄ້າ, ແລກປ່ຽນຂ່າວສານເຊັ່ນວ່າ: ຖາມຕອບ ກັບແບ່ງປັນ ແລະ ອື່ນໆ ການບໍລິການທີ່ Ego
ສະໜອງໃຫ້ນີ້ມີເນື້ອໃນຫຼາຍຢ່າງ,
ເຊິ່ງລາຍລະອຽດທ່ານສາມາດ ເຂົ້າຍ້ຽມຊົມໄດ້ທີ່ແອັບ Ego. 4.2. ການຍ້ຽມຊົມ,
ສະສົມສິນຄ້າ
ຫຼື ການບໍລິການ ໃນລະຫວ່າງທີ່ທ່ານຍ້ຽມຊົມເວັບໄຊ ຫຼື ຊ່ອງລູກຄ້າຂອງພວກເຮົາ, Ego
ໄດ້ສະໜອງຟັງຊັນຕ່າງໆໃຫ້ແກ່ທ່ານເຊັ່ນວ່າ:
ການແບ່ງປະເພດຂ່າວສານ, ການກວດກາຄົ້ນຫາ, ເລືອກເຟັ້ນ, ສະສົມກັບການໃສ່ໃຈຄໍາສັບທີ່ສໍາຄັນ, ໃຫ້ສົມກັບຄວາມຕ້ອງການຂອງທ່ານດີກວ່າເກົ່າ ສໍາລັບສິນຄ້າ ຫຼື ການບໍລິການທີ່ໜ້າສົມໃນນັ້ນທ່ານສາມາດສະສົມ ຫຼື ເອົາເພີ່ມໃສ່ລົດຊອບປິ້ງໄດ້,
ຕິດຕາມໃສ່ໃຈຮ້ານຄ້າຍີ່ຫໍ້ທີ່ທ່ານໃຫ້ຄວາມສົນໃຈນັ້ນ. 4.3 ການຈັດຊື້, ຕີລາຄາສິນຄ້າ ແລະ ການບໍລິການ 4.3.1 ການຈັດຊື້ສິນຄ້າ ຫຼື ການບໍລິການ: ໃນເວລາທີ່ທ່ານຊື້ສິນຄ້າ ຫຼື ການບໍລິການນໍາ Ego ທ່ານຕ້ອງ ຄອນເຟີມຊື່ສິນຄ້າ, ລາຄາ, ຈໍານວນ, ນໍ້າເບີຊີລຽ້ນ,
ສະເປັກ, ຂະໜາດ ຫຼື ເວລາ, ເນື້ອໃນ, ຂີດຈໍາກັດຂອງການ ບໍລິການທີ່ທ່ານໄດ້ຊື້ນັ້ນ ພ້ອມທັງເວລາລົງບິນໃຫ້ກວດເບີ່ງຂໍ້ມູນຂ່າວສານທີ່ຢູ່ເບີໂທຕິດຕໍ່ຂອງທ່ານ ຄົນຮັບເຄື່ອງ ຖ້າຫາກຊື່ຄົນຮັບເຄື່ອງທີ່ທ່ານຂຽນໃສ່ນັ້ນ ບໍ່ແມ່ນຕົວທ່ານແລ້ວ ຜົນເສຍຫາຍທາງດ້ານກົດໝາຍທີ່ເກີດຂື້ນຈາກການກະທຳຂອງທ່ານ
ແລະ ການສື່ຄວາມໝາຍຂອງຄົນຮັບເຄື່ອງລ້ວນແຕ່ ໃຫ້ທ່ານຮັບ ຜິດຊອບເອງ ພຶດຕິກໍາການຊື້ຂອງທ່ານຄວນເກີດຈາກຄວາມຕ້ອງການບໍລິໂພກຢ່າງແທ້ຈິງ ບໍ່ໃຫ້ຊື້ສິນຄ້າ ຫຼື ບໍລິການດ້ວຍເຈດຕະນາບໍ່ດີ, ປົກປ້ອງສິດດ້ວຍເຈດຕະນາບໍ່ດີທີ່ເປັນພຶດຕິກໍາກໍ່ກວນ ລະບຽບການ ຂາຍປົກກະຕິຂອງແອັບ Ego ກໍ່ເພື່ອຮັກສາລະບຽບການຂາຍ ກັບຄວາມຕ້ອງການ ທາງດ້ານ ຄວາມປອດໄພການຂາຍ ເມືອ Ego ພົບເຫັນ ກໍລະນີທີ່ກ່າວມາຂ້າງເທິງແມ່ນສາມາດ ປິດຮັບອໍເດີ້ ການຂາຍໄດ້ເລີຍ. 4.3.2 ການຕີລາຄາ: ທ່ານມີສິດຕີລາຄາສິນຄ້າ ຫຼື ການບໍລິການຂອງຜູ້ຊົມໃຊ້ອື່ນໆ ທີ່ບັນລຸການຂາຍກັບທ່ານຢູ່ ໃນລະບົບຕີລາຄາທີ່ Ego ສະໜອງໃຫ້ນັ້ນ ຂ່າວສານທີ່ທ່ານຕີລາຄາຢູ່ແອັບ Ego ນີ້ເປັນຂ່າວສານເປີດເຜີຍ, ຖ້າຫາກທ່ານບໍ່ຢາກເປີດເຜີຍຂ່າວສານສະຖານະຂອງທ່ານຕໍ່ສາທາລະນະຊົນທີ່ຢູ່ໃນຂ່າວສານການຕີລາຄານີ້, ທ່ານມີສິດ ເລືອກຮູບ ການໃຊ້ຊື່ແຝງ ໃນການໂພສເນື້ອໃນຕີລາຄານີ້ ເພື່ອຮັບປະກັນໃຫ້ເນື້ອ ໃນການຕີລາຄາສາມາດ ເປັນບ່ອນອີງທີ່ໜ້າເຊື່ອຖື ໃຫ້ແກ່ການຕັດສິນໃຈຊອບປິ້ງຂອງຜູ້ບໍລິໂພກ ສະທ້ອນຄືນສະພາບຄວາມເປັນຈິງຂອງສິນຄ້າ ຫຼື ການບໍລິການພຶດຕິກໍາການຕີລາຄາທັງໝົດ ຂອງທ່ານຄວນປະຕິບັດຕາມລະບຽບການ ທີ່ກ່ຽວຂ້ອງຂອງລະບຽບແອັບ Ego ເນື້ອໃນການຕີລາຄາຄວນ ຖືກຕາມກົດໝາຍ, ພາວະວິໄສ, ມີຄວາມຈິງ, ມີສ່ວນກ່ຽວຂ້ອງກັບສິນຄ້າຫຼື ການບໍລິການຂອງການຂາຍບໍ່ຄວນມີຄໍາເປື້ອນ ເປິເລິເລືອນ, ລາມົກ, ຢາບຄາຍ, ຂ່າວສານໂຄສະນາກັບຂ່າວສານ ໃນລັກສະນະເກືອດຫ້າມອື່ນໆ ທາງດ້ານລະບຽບກົດໝາຍ ທີ່ໄດ້ລະບຸໄວ້ໃນສັນຍາສະບັບນີ້ ທ່ານບໍ່ຄວນໃຊ້ວິທີການ ຊ່ວຍເຫຼືອຄົນອື່ນ ຍົກສູງຄວາມໄວ້ວາງໃຈ ຫຼື ສວຍໃຊ້ສິດໃນ ການຕີລາຄານີ້ໄປຂົ່ມຂູ່ລໍ້ລວງຜູ້ຊົມໃຊ້ຄົນອື່ນໆ. ຕໍ່ຂ່າວສານການຕີລາຄາຂອງທ່ານທີ່ເກີດພຶດຕິກໍາ ດັ່ງທີ່ກ່າວມາຂ້າງເທິງນັ້ນ Ego ສາມາດໃຊ້ມາດ ຕະການແກ້ໄຂທີ່ຈໍາເປັນຕາມລະບຽບການທີ່ກ່ຽວຂ້ອງຂອງລະບຽບແອັບ Ego. 4.4 ການແກ້ໄຂຂໍ້ຂັດແຍ່ງການຂາຍ 4.4.1 ຊ່ອງທາງການແກ້ໄຂຂໍ້ຂັດແຍ່ງການຂາຍ:ໃນລະຫວ່າງການຂາຍຢູ່ ແອັບ Ego ຖ້າທ່ານເກີດຂໍ້ຂັດແຍ່ງ ກັບຜູ້ຊົມໃຊ້ອື່ນໆ ທ່ານ ຫຼື ຝ່າຍຜູ້ຊົມໃຊ້ອື່ນໆ ຕ່າງກໍ່ມີສິດເລືອກຊ່ອງທາງແກ້ໄຂດັ່ງລຸ່ມນີ້: (1)
ປຶກສາແກ້ໄຂດ້ວຍຄູ່ກໍລະນີ; (2)
ໃຊ້ບໍລິການແອັບ Ego
ສະໜອງໃຫ້ໄກ່ເກ່ຍ ແກ້ໄຂຂໍ້ຂັດແຍ່ງ; (3)
ຍື່ນຄຳຮ້ອງຫາຂະແໜງການບໍລິຫານທີ່ກ່ຽວຂ້ອງ; (4)
ຍື່ນໃຫ້ອົງການໄກ່ເກ່ຍ ແກ່ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; (5)
ຍື່ນຄຳຮ້ອງຟ້ອງຫາສານປະຊາຊົນ. 4.4.2 ບໍລິການໄກ່ເກ່ຍ ຖ້າທ່ານໃຊ້ບໍລິການໄກ່ເກ່ຍຂໍ້ຂັດແຍ່ງຂອງແອັບ Ego ຕາມລະບຽບແອັບ Ego ກໍ່ສະແດງ ວ່າທ່ານຍອມຮັບ ແລະ ເຫັນດີປະຕິບັດຕາມບໍລິການລູກຄ້າຂອງແອັບ Ego ຫຼື ພະນັກງານ ປະເມີນກວດສອບມວນຊົນ “ຝ່າຍໄກ່ເກ່ຍ”
ໃນນາມເປັນຝ່າຍທີ່ສາມ ອີງຕາມຄວາມຈິງ ຂອງຂໍ້ຂັດແຍ່ງ ທີ່ສຶກສາ ໄດ້ນັ້ນ ຫຼື ອີງຕາມການຕັດສິນໃຈໄກ່ເກ່ຍຕາມລະບຽບແອັບ Ego ລວມທັງພາວະການຂາຍ, ການຕົກລົງ ໃຫ້ປັບປຸງອໍເດີ້ ທີ່ກ່ຽວຂ້ອງ ແລ້ວຊໍາລະເງິນທັງໝົດ ຫຼື ສ່ວນໜຶ່ງຂອງວົງເງິນ ໃນສ່ວນທີ່ຂັດແຍ່ງ ໃຫ້ອິກຝ່າຍໜຶ່ງ ຫຼື ທັງສອງຝ່າຍທີ່ທໍາການ ຂາຍນັ້ນ. ກ່ອນທີ່ແອັບ Ego ຈະຕັດສິນໃຈໄກ່ເກ່ຍນັ້ນ, ທ່ານສາມາດເລືອກເອົາບໍລິການໄກ່ເກ່ຍຂໍ້ຂັດແຍ່ງຊ່ອງທາງທີ່(3), (4), (5), ທີ່ກ່າວມາຂ້າງເທິງນັ້ນ ( ເອີ້ນວ່າ: ຊ່ອງທາງແກ້ໄຂຂໍ້ຂັດແຍ່ງອື່ນໆ ) ມາແກ້ໄຂຂໍ້ຂັດແຍ່ງເພື່ອຢຸດສະລໍແອັບ Ego ໄວ້ ຖ້າທ່ານບໍ່ພໍໃຈຕໍ່ການຕັດສິນໃຈໄກ່ເກ່ຍນີ້ ທ່ານຍັງ ມີສິດໃຊ້ຊ່ອງທາງແກ້ໄຂຂໍ້ຂັດແຍ່ງອື່ນໆ ມາແກ້ໄຂແຕ່ວ່າກ່ອນຈະໃຊ້ຊ່ອງທາງ ແກ້ໄຂຂໍ້ຂັດແຍ່ງອື່ນ ບໍ່ໄດ້ຮັບຜົນນັ້ນທ່ານຄົງຕ້ອງປະຕິບັດຕາມການຕັດສິນໃຈໄກ່ເກ່ຍກ່ອນ. 4.5 ການແລກປ່ຽນຂ່າວສານ ເພື່ອຕອບສະໜອງຕາມຄວາມຕ້ອງການແລກປ່ຽນຂ່າວສານລະຫວ່າງຜູ້ຊົມໃຊ້ດ້ວຍກັນແບ່ງປັນການຊອບປິ້ງຕາມໃຈ,
ທ່ານສາມາດອາໄສການຖາມຕອບ, ແບ່ງປັນໂຊໃບບີນ, ການສໍາມະນາ, ໃນກຸ່ມກັບຟັງຊັນການໂພສຂ່າວສານອື່ນໆ
ທີ່ Ego
ສະໜອງໃຫ້ນັ້ນມາໂພສຂ່າວສານ
ແລະ ເຊື່ອມໂຍງກັບຜູ້ຊົມໃຊ້ອື່ນໆ ຮູບແບບຂ່າວສານລວມມີເນື້ອໃນຕົວໜັງສື ຮູບພາບ, ຄລິບວິດີໂອ, ຖ່າຍທອດສົດ ແລະ ອື່ນໆ ທ່ານຕ້ອງຮັບປະກັນວ່າຂ່າວສານທັງໝົດທີ່ທ່ານໂພສອອກໄປນັ້ນ ສອດຄ່ອງກັບລະບຽບກົດໝາຍ ແລະ ຂໍ້ຮຽກຮ້ອງຂອງສັນຍາສະບັບນີ້. 4.6 ຄ່າໃຊ້ຈ່າຍ ແອັບ Ego ສະໜອງການບໍລິການ ໃຫ້ແກ່ທ່ານໄດ້ທຸ້ມງົບຕົ້ນທຶນເປັນຈໍານວນຫຼວງຫຼາຍ ນອກຈາກທຸລະກໍາເກັບ ຄ່າໃຊ້ຈ່າຍທີ່ແອັບ Ego ໄດ້ແຈ້ງໃຫ້ຊາບແລ້ວ ການບໍລິການທີ່ແອັບສະໜອງໃຫ້ທ່ານ ໃນປັດຈຸບັນແມ່ນບໍ່ ເສຍຄ່າ ໃຊ້ຈ່າຍໃນອະນາຄົດຂ້າງໜ້າຖ້າວ່າ Ego
ມີການຮຽກຮ້ອງຄ່າໃຊ້ຈ່າຍທີ່ສົມເຫດສົມຜົນນໍາທ່ານ Ego ຈະໃຊ້ ຊ່ອງທາງ ທີ່ສົມເຫດສົມຜົນ ພ້ອມທັງມີກຳນົດເວລາທີ່ສົມເຫດສົມຜົນພຽງພໍແຈ້ງການ ໃຫ້ທ່ານຊາບລ່ວງໜ້າ ໂດຍຜ່ານວິທີການ ໃຊ້ໂປຣແກຣມທີ່ກໍານົດຂຶ້ນ ທາງກົດໝາຍພ້ອມ ທັງເອົາຕາມກໍານົດໝາຍໃນຂໍ້ທີ່ 8 ຂອງສັນຍາສະບັບນີ້ ຮັບປະກັນ ໃຫ້ທ່ານມີສິດເລືອກເຕັມທີ່. 4.6 ຂໍ້ຈໍາກັດຄວາມຮັບຜິດຊອບ 4.6.1 ເຫດສຸດວິໄສກັບສາເຫດຝ່າຍທີ່ 3 Ego ປະຕິບັດພັນທະຮັບປະກັນພື້ນຖານຕາມລະບຽບກົດ ໝາຍ, ແຕ່ສໍາລັບກໍລະນີສາເຫດຕໍ່ຂ້າງລຸ່ມນີ້ທີ່ພາໃຫ້ການປະຕິບັດສັນຍາມີອຸປະສັກ, ຊັກຊ້າ, ຍືດ ເຍື້ອ ຫຼື ປ່ຽນແປງເນື້ອໃນການປະຕິບັດຂອງ Ego ຈະບໍ່ຮັບຜິດ ຊອບ ຕໍ່ການລະເມີດທີ່ເປັນໄປ ຕາມນີ້: (1) ປັດໄຈທີ່ບໍ່ອາດຕ້ານທານຍ້ອນໄພພິບັດທໍາມະຊາດ, ການຢຸດງານ, ຈະລາຈົນ, ສົງຄາມ, ພຶດຕິກໍາລັດຖະບານ, ຄໍາສັ່ງບໍລິຫານອົງການຍຸຕິທຳ; (2) ປັດໄຈການບໍລິການສາທາລະນະ ຫຼື ປັດໄຈຈາກບຸກຄົນທີ່ສາມ ເຊັ່ນວ່າ: ການສະໜອງໄຟຟ້າ ຂັດຂ້ອງເຄືອຂ່າຍສື່ສານຂັດຂ້ອງ, (3) ພາຍໃຕ້ກໍລະນີທີ່ Ego ໄດ້ພະຍາຍາມບໍລິຫານຢ່າງສຸດຄວາມສາມາດແລ້ວ, ຍ້ອນປັດໄຈ ການປົກປັກຮັກສາເຄື່ອງອຸປະກອນ ແລະ ລະບົບຕາມປົກກະຕິ ຫຼື ສຸກເສີນ, ເຄື່ອງອຸປະກອນ ແລະ ລະບົບຂັດຂ້ອງ, ຂ່າວສານເຄືອຂ່າຍ, ຄວາມປອດໄພທາງດ້ານຂໍ້ມູນ ແລະ ອື່ນໆ. ໂດຍອີງຕາມຈຸດພິເສດການແຍກຈາກກັນຂອງຂ່າວສານກັບວັດຖຸຢູ່ພາຍໃຕ້ສະພາບແວດລ້ອມຂ່າວສານ ປະລິມານຫຼາຍ ຫຼື ເຄືອຂ່າຍຂ່າວສານທີ່ມີຢູ່ໃນແອັບ Ego. Ego ບໍ່ອາດກວດສອບຂ່າວສານ ຂອງສີ້ນຄ້າ ຫຼື ການບໍລິການເທື່ອລະອັນບໍ່ອາດກວດສອບຄຸນນະພາບຄວາມປອດໄພລວມທັງ ລັກສະນະ ຖືກກົດໝາຍ, ລັກສະນະແທ້ຈິງລັກສະນະຖືກຕ້ອງຂອງສິນຄ້າ ຫຼື ການບໍລິການ ທີ່ມີສ່ວນກ່ຽວຂ້ອງ ກັບການຂາຍນີ້ຕໍ່ສິ່ງນີ້ທ່ານຄວນພິຈາລະນາຢ່າງລະມັດລະວັງ. 4.6.2 ການຕັດສິນໃຈໄກ່ເກ່ຍ: ທ່ານເຂົ້າໃຈພ້ອມທັງເຫັນດີຢູ່ໃນບໍລິການໄກ່ເກ່ຍຂໍ້ຂັດແຍ່ງນັ້ນ ການບໍລິການ ລູກຄ້າຂອງແອັບ Ego ແລະ ພະນັກງານປະເມີນກວດສອບມວນຊົນ ບໍ່ໄດ້ແມ່ນບຸກຄົນວິຊາສະເພາະ, ພຽງແຕ່ ສາມາດອາໄສການຮັບຮູ້ແບບຄົນທໍາມະດາ ມາພິຈາລະນາຕໍ່ຫຼັກຖານທີ່ຜູ້ຊົມໃຊ້ສະໜອງໃຫ້ນັ້ນ ນອກຈາກຄວາມຕັ້ງໃຈ ຫຼື ຄວາມຜິດພາດແລ້ວ ຝ່າຍໄກ່ເກ່ຍກໍ່ບໍ່ຮັບຜິດຊອບຕໍ່ການຕັດສິນໃຈໄກ່ເກ່ຍຂໍ້ຂັດແຍ່ງນີ້. V. ການຮັກສາຂ່າວສານຜູ້ຊົມໃຊ້ ກັບ ການມອບສິດ 5.1 ການຮັກສາຂ່າວສານສ່ວນຕົວ ໃນເວລາທີ່ທ່ານໃຊ້ບໍລິການທ່ານເຫັນດີໃຫ້ Ego ຮັບເອົາ, ຈັດເກັບ, ນໍາໃຊ້, ເປີດເຜີຍ ແລະ ຮັກສາຂ່າວສານ ສ່ວນຕົວຂອງທ່ານຕາມນະໂຍບາຍສິດທິສ່ວນບຸກຄົນທີ່ໄດ້ປະກາດຢູ່ແອັບ Ego. ຖ້າຫາກເວັບໄຊ, ແອັບອາລີບາບາ ຫຼື ຊ່ອງລູກຄ້າຍັງບໍ່ທັນໄດ້ຕັ້ງນະໂຍບາຍສິດທິສ່ວນບຸກຄົນໂດຍເອກະລາດເທື່ອ ແຕ່ໄດ້ ນໍາໃຊ້ບັນຊີແອັບ Ego ເຂົ້າຫາເວັບໄຊ ຫຼື ຊ້ອງລູກຄ້າຕາມໆກັນ ເພື່ອເປັນການຮັບປະກັນ ສິດທິສ່ວນ ບຸກຄົນຂອງ ທ່ານພວກເຮົາ ຈະອີງຕາມຂໍ້ຮຽກຮ້ອງຂອງນະໂຍບາຍສິດ ທິສ່ວນບຸກຄົນ ຂອງເຄືອຂ່າຍ ທີ່ໃຊ້ສໍາລັບ Ego ເພື່ອຮັບເອົາ, ຈັດເກັບ, ນໍາໃຊ້, ເປີດເຜີຍ ແລະ ຮັກສາຂ່າວສານສ່ວນຕົວ ຂອງທ່ານ ໂດຍຜ່ານນະໂຍ ບາຍສິດທິສ່ວນບຸກຄົນ Ego ຢາກແນະນໍາວິທີການຈັດສັນ ຂ່າວສານ ສ່ວນຕົວຂອງທ່ານ ໃຫ້ທ່ານເຂົ້າໃຈຢ່າງຈະແຈ້ງ ຍ້ອນເຫດນີ້ Ego ແນະນໍາໃຫ້ທ່ານອ່ານນະໂຍບາຍສິດທິ ສ່ວນບຸກຄົນຢ່າງຄົບຖ້ວນ (ກົດບ່ອນນີ້), ເພື່ອເປັນການຊ່ວຍ ໃຫ້ທ່ານຮັກສາສິດທິສ່ວນບຸກຄົນ ຂອງທ່ານໄດ້ດີ ກວ່າເກົ່າ. 5.2 ການຮັບປະກັນຂ່າວສານບໍ່ເປັນສ່ວນຕົວ ກັບ
ການມອບສິດ 5.2.2. ການໂພສຂ່າວສານ ທ່ານຢືນຢັນພ້ອມທັງຮັບປະກັນວ່າທ່ານ ມີສິດຖືກຕ້ອງຕາມກົດໝາຍຕໍ່ຂ່າວສານ ທີ່ທ່ານໄດ້ໂພສລົງນັ້ນ. ບໍ່ດັ່ງນັ້ນຂ່າວສານທີ່ທ່ານໂພສລົງນີ້ Ego ສາມາດລົບອອກ ຫຼື ຕັດສັນຍານໂດຍອີງຕາມກົດໝາຍ ຫຼື ອີງຕາມສັນຍາສະບັບນີ້. 5.2.3 ຂ່າວສານໃນລັກສະນະເກືອດຫ້າມທ່ານຕ້ອງຮັບປະກັນວ່າຂ່າວສານທີ່ທ່ານໂພສລົງນີ້ບໍ່ມີ ເນື້ອໃນດັ່ງຕໍ່ໄປນີ້: (1)
ລະເມີດລະບຽບກົດໝາຍຂອງຊາດເກືອດຫ້າມ; (2) ໂຄສະນາການເມືອງ, ສັກດີນາງົມງວຍ, ສິ່ງລາມົກ,
ການພະນັນ, ຄວາມຮຸນແຮງ, ກໍ່ການຮ້າຍ, ຫຼອກລວງ, ປອມແປງບໍ່ຖືກຕ້ອງ ຫຼື ມີລັກສະນະໃສ່ຮ້າຍຄົນອື່ນ; (3) ບຸກລຸກຊັບສິນທາງປັນຍາຂອງຜູ້ອື່ນ ຫຼື ຄວາມລັບທຸລະກິດຂອງຝ່າຍທີ່ 3 ກັບສິດທິສະເພາະຄົນ ອື່ນ; (4) ທໍາລາຍສິດຜົນປະໂຫຍດອັນຊອບທໍາຂອງຄົນອື່ນມິ່ນປະໝາດ, ໃສ່ຮ້າຍປ້າຍສີ, ຂົ່ມຂູ່, ກ້າວ ກ່າຍຄວາມເປັນສ່ວນຕົວຂອງຄົນອື່ນ; (5) ມີຊ໋ອບແວ, ລະຫັດໂປຣແກຣມປະສົງຮ້າຍທີ່ອາດຈະເປັນການທໍາລາຍ, ດັດແປງ, ລົບລ້າງ,
ສົ່ງຜົນກະທົບຕໍ່ລະບົບທໍາງານປົກກະຕິໃດໜຶ່ງຂອງແອັບ Ego ຫຼື ແກະເອົາຂໍ້ມູນດາຕ້າຂອງແອັບ Ego ແລະ ຜູ້ຊົມໃຊ້ອື່ນໆ, ໄວຣັດໂທຼຍຽນ, ຕົວໜອນຂອງຂໍ້ມູນສ່ວນຕົວແບບລັບໆໂດຍບໍ່ໄດ້ຮັບມອບສິດ; (6) ຝ່າຝືນສິດຜົນປະໂຫຍດສ່ວນລວມໃນສັງຄົມ ສິນລະທໍາສ່ວນລວມ ຫຼື ໂພສລົງໃນແອັບ Ego ໂດຍບໍ່ເໝາະສົມກັບກົດລະບຽບຂອງສັນຍາທີ່ກ່ຽວຂ້ອງຂອງແອັບ Ego. 5.2.4 ການມອບສິດນໍາໃຊ້: ສໍາລັບຂ່າວສານບໍ່ເປັນສ່ວນຕົວທີ່ທ່ານສະໜອງໃຫ້ໂພສລົງ
ຫຼື ເກີດຈາກ ການໃຊ້ບໍລິການແອັບ Ego ນັ້ນນອກຈາກຂ່າວສານສ່ວນຕົວ
ເຊັ່ນວ່າ: ຕົວໜັງສື, ຮູບພາບ, ຄລິບວິດີໂອ ແລະ ຄລິບສຽງຈະບໍ່ເກີດ ການໂອນຍ້າຍສິດຊັບສິນທາງປັນຍາ ຫຼື ສິດທິຂອງບຸກຄົນຍ້ອນພຶດຕິກຳການສົ່ງ ແລະ ການໂພສເຫຼົ່ານີ້ ພາຍໃນຂອບເຂດທີ່ກົດໝາຍ ອະນຸຍາດທ່ານມອບສິດ ອະນຸຍາດນໍາໃຊ້ໃຫ້ແກ່ Ego ກັບ ບໍລິສັດເຄືອຄ່າຍ ບໍ່ຈໍາກັດຂົງເຂດລວມທັງຈັດເກັບ, ນໍາໃຊ້, ກອບປີ້, ດັດແກ້, ຮຽບຮຽງ, ໂພສ, ສະແດງຕົວ, ແປພາສາ, ແຈກຢາຍຂ່າວສານ ທີ່ກ່າວມາຂ້າງເທິງນໍາເອົາຂ່າວສານຂ້າງເທິງນີ້ໄປຈັດ ເຂົ້າໃນຜົນງານ ການຂຽນ ອື່ນໆ ດ້ວຍຮູບການສື່ມວນຊົນເຕັກນິກທີ່ຮູ້ ຫຼື ບຸກເບີກຂຶ້ນທີຫຼັງກັບ ອະນຸຍາດໃຫ້ຝ່າຍທີ່ 3 ນໍາໃຊ້ ໄດ້ອີກພ້ອມດ້ວຍສິດໃນການຫາຫຼັກຖານ ແລະ ຢື່ນຄຳຮ້ອງຕໍ່ພຶດຕິກໍາລະເມີດສິດ ຂອງ ຝ່າຍທີ່ 3 ໃນນາມຕົວເອງໄດ້. ເພື່ອຄວາມສະດວກຂອງທ່ານໃນການໃຊ້ບໍລິການທີ່ກ່ຽວຂ້ອງອື່ນຂອງແອັບ, ທ່ານມອບສິດໃຫ້ Ego ນໍາຂ່າວສານທີ່ທ່ານສະໜອງໃຫ້ ໃນລະຫວ່າງການຈົດທະບຽນບັນຊີ ແລະ ໃຊ້ບໍລິການແອັບ Ego ສົ່ງຕໍ່ໃຫ້ແອັບອາລີບາບາວີແຊັດເພ ແລະ ຜູ້ໃຫ້ບໍລິການອື່ນໆ ຫຼື ຮັບເອົາຂ່າວສານ ຂອງທ່ານ ຈາກແອັບອາລີບາບາ, ວີແຊັດເພ ແລະ ຜູ້ໃຫ້ບໍລິການອື່ນໆ ໃນລະຫວ່າງການຈົດທະບຽນ ແລະ ໃຊ້ບໍລິການ ທີ່ກ່ຽວຂ້ອງອື່ນໆ. VI. ການລະເມີດສັນຍາຂອງຜູ້ຊົມໃຊ້ ກັບ ການແກ້ໄຂ. 6.1. ການບົ່ງຊີ້ການລະເມີດສັນຍາ. ຖ້າເກີດກໍລະນີໃດໜຶ່ງດັ່ງລຸ່ມນີ້ຖືວ່າທ່ານໄດ້ລະເມີດສັນຍາ: (1) ໃນຄະນະທີ່ໃຊ້ບໍລິການແອັບ Ego ຢູ່ນັ້ນ ໄດ້ລະເມີດລະບຽບກົດໝາຍທີ່ວາງອອກ; (2) ລະເມີດສັນຍາສະບັບນີ້ ຫຼື ສັນຍາເພີ່ມເຕີມທີ່ລະບຸໄວ້ໃນຂໍ້ທີ 22 ໃນສັນຍາສະບັບນີ້. ເພື່ອໃຫ້ແທດເໝາະກັບການພັດທະນາການຄ້າເອເລັກໂຕຣນິກ ແລະ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງຜູ້ຊົມໃຊ້ຈໍານວນຫຼາຍຕໍ່ການບໍລິການດ້ວຍຄຸນນະພາບສູງມີປະສິດທິພາບສູງ ທ່ານເຂົ້າໃຈພ້ອມທັງເຫັນດີ Ego ສາມາດກໍານົດເອົາໂປຣແກຣມ ແລະ ມາດຕະຖານຂອງການບົ່ງຊີ້ການລະເມີດລະບຽບຂອງແອັບ Ego ເຊັ່ນ: ສາມາດອີງຕາມສາຍພົວພັນລະຫວ່າງຂໍ້ມູນດາຕ້າຜູ້ຊົມໃຊ້ຂອງທ່ານ ແລະ ຂໍ້ມູນຜູ້ຊົມໃຊ້ ຈໍານວນຫຼາຍມາບົ່ງຊີ້ວ່າທ່ານມີການລະເມີດສັນຍາ ຫຼື ບໍ່ ທ່ານມີພັນທະໃນການ ຍົກຫຼັກຖານ ແລະ ອະທິບາຍຕໍ່ປະກົດການຜິດປົກກະຕິທາງດ້ານຂໍ້ມູນດາຕ້າ ຂອງທ່ານຢ່າງເຕັມທີ່ ແລະ ສົມເຫດ ສົມຜົນບໍ່ດັ່ງນັ້ນ ຈະຖືວ່າເປັນການລະເມີດສັນຍາ. 6.2
ມາດຕະການແກ້ໄຂການລະເມີດສັນຍາ 6.2.1 ການແກ້ໄຂຂ່າວສານ ຖ້າຂ່າວສານທີ່ທ່ານໂພສລົງບົນແອັບ Ego ນັ້ນເປັນການລະເມີດສັນຍາ Ego ສາ ມາດອີງຕາມລະບຽບແລ້ວແກ້ໄຂດ້ວຍການລົບຖິ້ມ, ຕັດສັນຍານຂ່າວສານທັນທີ. 6.2.2 ຂໍ້ຈໍາກັດພຶດຕິກໍາ: ພຶດຕິກໍາຂອງທ່ານຢູ່ບົນແອັບ Ego ຫຼື ພຶດຕິກໍາທີ່ເປັນການລະເມີດສັນຍາ ເຖິງວ່າ ຍັງບໍ່ທັນໄດ້ກະທໍາຢູ່ບົນແອັບ Ego ກໍ່ຕາມ ແຕ່ຖ້າມັນສົ່ງຜົນກະທົບຕໍ່ແອັບ Ego ກັບຜູ້ຊົມໃຊ້ອື່ນໆ ແລ້ວ Ego ສາມາດດໍາເນີນມາດຕະການແກ້ໄຂ ດ້ວຍການຫັກຄະແນນບັນຊີຂອງທ່ານ ຢຸດໃຫ້ບໍລິການບາງສ່ວນ ຫຼື ທັງໝົດຫັກເອົາຄ່າລະເມີດສັນຍາຕາມລະບຽບອັນຄວນ. ຖ້າຫາກພຶດຕິກໍາຂອງທ່ານເປັນການ ລະເມີດສັນຍາແທ້ Ego ສາມາດກວດກາປິດບັນຊີຂອງທ່ານສິ້ນສຸດການໃຫ້ບໍລິການທ່ານໄດ້ທັນທີ. 6.2.3 ການປະກາດຜົນການແກ້ໄຂ: ສາມາດນໍາເອົາຂ່າວສານກ່ຽວກັບມາດຕະການແກ້ໄຂພຶດຕິກໍາການລະເມີດສັນຍາດັ່ງທີ່ກ່າວມາຂ້າງເທິງນີ້ພ້ອມກັບຂ່າວສານການລະເມີດກົດໝາຍອື່ນໆ ຂອງທ່ານ ທີ່ ໄດ້ຜ່ານການລະບຸຈາກອົງການບໍລິຫານແຫ່ງຊາດ ຫຼື ເອກະສານທີ່ເກີດຜົນສັກສິດທາງກົດໝາຍ ຂອງສໍານັກງານຍຸຕິທໍານັ້ນປະກາດຢູ່ບົນແອັບ Ego ໄດ້. 6.3 ຄວາມຮັບຜິດຊອບຊົດເຊີຍ ຖ້າຫາກພຶດຕິກໍາຂອງທ່ານເຮັດໃຫ້ Ego ຫຼື ບໍລິສັດເຄືອຄ່າຍ ໄດ້ຮັບຄວາມເສຍຫາຍລວມທັງຄວາມ ເສຍຫາຍທາງດ້ານເສດຖະກິດໂດຍກົງ, ຄວາມເສຍຫາຍທາງດ້ານຊື່ສຽງທຸລະກິດ ແລະ ຄວາມເສຍ ຫາຍທາງດ້ານເສດຖະກິດທາງອ້ອມເຊັ່ນ: ຄ່າຊົດເຊີຍ, ຄ່າທະນາຍຄວາມ, ຄ່າອຸທອນ ແລະ ອື່ນໆ ທ່ານຄວນຊົດເຊີຍຄວາມເສຍຫາຍທັງໝົດ ທີ່ກ່າວມາຂ້າງເທິງໃຫ້ແກ່ Ego ຫຼື ບໍລິສັດໃນເຄືອຄ່າຍ. ຖ້າຫາກພຶດຕິກໍາຂອງທ່ານເຮັດໃຫ້ Ego ຫຼື ບໍລິສັດໃນເຄືອຄ່າຍຖືກບຸກຄົນທີ່ 3 ມາຄອບງໍາສິດ ຜົນປະໂຫຍດ Ego ຫຼື ບໍລິສັດໃນເຄືອຄ່າຍສາມາດນໍາທວງການຊົດເຊີຍຄວາມເສຍຫາຍທັງໝົດ ນໍາທ່ານຫຼັງຈາກພັນທະຕໍ່ຄວາມຮັບຜິດຊອບຈ່າຍເງິນຂອງບຸກຄົນທີ່ 3 ຖ້າເປັນຍ້ອນພຶດຕິກໍາ ຂອງທ່ານ ເຮັດໃຫ້ບຸກຄົນ ທີ່ 3 ໄດ້ຮັບຄວາມເສຍຫາຍ ຫຼື ທ່ານມີຈຸດປະສົງສະລໍການຕັດສິນໃຈໄກ່ເກ່ຍເຮັດໃຫ້ Ego ຫຼື ບໍລິສັດໃນເຄືອຄ່າຍອອກຮັບປົກປ້ອງຜົນປະໂຫຍດສ່ວນລວມໃນສັງຄົມ ທ່ານເຫັນດີມອບໃຫ້ Ego ນໍາໃຊ້ທຶນຕົວເອງຊໍາລະວົງເງິນທີ່ກ່າວມາຂ້າງເທິງນັ້ນແທນທ່ານແລ້ວ ທ່ານຕ້ອງສົ່ງຄືນຄ່າໃຊ້ຈ່າຍດັ່ງກ່າວບາງສ່ວນພ້ອມທັງຊົດເຊີຍຄວາມເສຍຫາຍທັງໝົດນີ້ໃຫ້ແກ່
Ego.
6.4
ກໍານົດໝາຍພິເສດ 6.4.1 ສິນບົນທຸລະກິດ: ຖ້າຫາກທ່ານສະໜອງສິດຜົນປະໂຫຍດຂອງຂອບເຂດການເຈລະຈາທາງທຸລະກິດ ທີ່ມີຄຸນຄ່າ ເກີນປົກກະຕິຢ່າງຊັດເຈນໃຫ້ແກ່ລູກຈ້າງ, ທີ່ປຶກສາຂອງ Ego ຫຼື ບໍລິສັດເຄືອຄ່າຍ ເຊັ່ນ: ວັດຖຸຕົວຈິງ, ເງິນສົດ, ວັດຖຸມີມູນຄ່າ,
ບໍລິການແຮງງານ, ການທ່ອງທ່ຽວດ້ວຍເງິນສົດກໍ່ສາມາດຖືວ່າທ່ານມີພຶດຕິກໍາໃຫ້ສິນບົນທຸລະກິດ. ຖ້າເກີດກໍລະນີທີ່ກ່າວມານີ້ Ego ສາມາດສິ້ນສຸດການຮ່ວມມືທັງໝົດກ່ຽວກັບທ່ານທັນທີ ພ້ອມທັງຮຽກຮ້ອງຄ່າປັບໄໝ
ຫຼື ຄ່າເສຍຫາຍທີ່ເກິດຂື້ນ. ວົງເງິນດັ່ງກ່າວນີ້ ຖືເປັນຄວາມເສຍຫາຍ ທາງດ້ານເສດຖະກິດ ແລະ ຄວາມເສຍຫາຍທາງດ້ານຊື່ສຽງທຸລະກິດຂອງ Ego ຍ້ອນພຶດຕິກໍາການ ໃຫ້ສິນບົນ ຂອງທ່ານເອງ ເປັນບ່ອນອີງໃນການຄິດໄລ່. 6.4.2 ການແກ້ໄຂ ການຮ່ວມມືທີ່ກ່ຽວຂ້ອງ: ກໍລະນີຖ້າຫາກທ່ານລະເມີດສັນຍາເຮັດໃຫ້ Ego ສິ້ນສຸດ ສັນຍາສະບັບນີ້. Ego ຫຼື
ບໍລິສັດເຄືອຄ່າຍສາມາດຢຸດຕິ ຫຼື ສິ້ນສຸດສັນຍາອື່ນໆ
ທີ່ກ່ຽວຂ້ອງກັບທ່ານໄດ້ທັນທີໂດຍແຈ້ງການຫາທ່ານ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ທີ່ 8
ຂອງສັນຍາສະບັບນີ້. VII. ການປ່ຽນແປງຂອງສັນຍາ Ego ສາມາດອີງຕາມການປ່ຽນແປງລະບຽບກົດໝາຍຂອງຊາດກັບຄວາມຕ້ອງການຮັກສາຄວາມເປັນລະບຽບ ຮຽບຮ້ອຍ ຂອງການຂາຍ ແລະ ການປົກປ້ອງສິດຜົນປະໂຫຍດຜູ້ບໍລິໂພກ, ແລ້ວດັດແປງສັນຍາສະບັບນີ້
ແລະ ສັນຍາ ເພີ່ມເຕີມ ໂດຍບໍ່ກໍານົດເວລາສັນຍາເດີມ ແລະ ສັນຍາເພີ່ມເຕີມທີ່ໄດ້ປ່ຽນແປງ“ເອີ້ນວ່າ: ລາຍການປ່ຽນແປງ” ນັ້ນຈະແຈ້ງການໃຫ້ທ່ານຊາບໂດຍຜ່ານໂປຣແກຣມ ທີ່ກໍານົດທາງກົດໝາຍ ແລະ ວິທີການຕາມກໍານົດໄວ້ໃນຂໍ້ທີ່ 8 ຂອງສັນຍາສະບັບນີ້. ຖ້າຫາກທ່ານບໍ່ເຫັນດີນໍາລາຍການປ່ຽນແປງ ທ່ານມີສິດຕິດຕໍ່ຫາ Ego ເພື່ອສະແດງຄວາມ ຄິດເຫັນກ່ອນມື້ເກີດຜົນ ສັກສິດທີ່ກໍານົດໄວ້ໃນລາຍການປ່ຽນແປງນັ້ນ ຖ້າຫາກຄວາມຄິດເຫັນ ຖືກຮັບພິຈາລະນາ Ego ກໍ່ຈະປັບປຸງລາຍການປ່ຽນແປງນັ້ນຕາມຄວາມເໝາະສົມ. ຖ້າຫາກທ່ານຍັງບໍ່ເຫັນດີນໍາລາຍການປ່ຽນແປງທີ່ໄດ້ເກີດຜົນສັກສິດແລ້ວນັ້ນ ທ່ານຄວນຢຸດໃຊ້ ບໍລິການແອັບEgo ຕັ້ງແຕ່ມື້ເກີດຜົນສັກສິດຂອງການກໍານົດລາຍການປ່ຽນແປງນັ້ນເລີຍ ລາຍການ ປ່ຽນແປງຈະບໍ່ເກີດຜົນສັກສິດຕໍ່ທ່ານ ຖ້າຫາກພາຍຫຼັງທີ່ລາຍການປ່ຽນແປງໄດ້ເກີດຜົນສັກສິດແລ້ວ ທ່ານຍັງສືບຕໍ່ໃຊ້ບໍລິການແອັບ Ego ຕໍ່ໄປກໍ່ຖືວ່າທ່ານເຫັນດີນໍາລາຍການປ່ຽນແປງທີ່ເກີດຜົນສັກສິດ ແລ້ວນັ້ນ. VIII. ການແຈ້ງການ 8.1
ວິທີການຕິດຕໍ່ທີ່ມີຜົນ ໃນເມື່ອທ່ານຈົດທະບຽນເປັນຜູ້ຊົມໃຊ້ແອັບ Ego ພ້ອມທັງຍອມຮັບການບໍລິການແອັບ Ego ແລ້ວ ທ່ານກໍ່ຄວນສະໜອງວິທີການຕິດຕໍ່ລວມທັງທີ່ຢູ່ອີເມວ, ເບີໂທລະສັບ, ທີ່ຢູ່ຂອງທ່ານທີ່ມີຜົນສັກສິດໃຫ້ແກ່ Ego ສໍາລັບວິທີການຕິດຕໍ່ເກີດມີການປ່ຽນແປງນັ້ນ ທ່ານກໍ່ຕ້ອງປ່ຽນແປງຂ່າວສານທີ່ກ່ຽວຂ້ອງໃຫ້ທັນເວລາ ພ້ອມທັງຮັກສາ ໃຫ້ຢູ່ໃນພາວະຕິດຕໍ່ຫາໄດ້. ກໍ່ຖືວ່າເປັນວິທີການຕິດຕໍ່ທີ່ມີຜົນຂອງທ່ານເຊັ່ນກັນ ຈະສົ່ງແຈ້ງການປະເພດຕ່າງໆ ເປັນລາຍຍ່ອຍໃຫ້ທ່ານຕາມໜຶ່ງໃນບັນດາວິທີການຕິດຕໍ່ທີ່ກ່າວມາຂ້າງເທິງນັ້ນ, ແຕ່ເນື້ອໃນ ແຈ້ງການປະເພດນີ້ອາດຈະເກີດຜົນກະທົບທັງຜົນດີ ແລະ ຜົນເສຍຫາຍຢ່າງໃຫຍ່ ຫຼວງຕໍ່ສິດ ແລະ ພັນທະຂອງທ່ານ, ທ່ານຈົ່ງໃສ່ໃຈຕິດຕາມໃຫ້ທັນເວລາ. ທ່ານມີສິດຮັບເອົາ ຂ່າວສານທຸລະກິດ, ຈໍຂ່າວສານໂຄສະນາ ສິນຄ້າສ່ວນຫຼຸດໂປຼໂມດການຈໍາໜ່າຍສິນຄ້າໄດ້ ໂດຍຜ່ານເບີໂທລະສັບ ຫຼື ວ່າອີເມວທີ່ທ່ານ ຂຽນໃສ່ຟອມໃນເວລາຈົດທະບຽນນັ້ນ ຖ້າທ່ານບໍ່ພໍໃຈຮັບເອົາຂ່າວສານປະເພດນີ້ ທ່ານມີສິດຖອນອໍ ເດີ້ໄດ້ໂດຍຜ່ານຟັງຊັນຖອນອໍເດີ້ຕາມທີ່ແອັບ Ego ໄດ້ສະໜອງໃຫ້ນັ້ນ. 8.2 ການສົ່ງແຈ້ງການ Ego ສົ່ງແຈ້ງການໃຫ້ທ່ານຕາມວິທີການຕິດຕໍ່ທີ່ກ່າວມາຂ້າງເທິງໃນນັ້ນຈະສົ່ງແຈ້ງການເປັນລາຍລັກອັກສອນໂດຍ ຜ່ານວິທີການເອເລັກໂຕຣນິກ ລວມແຕ່ບໍ່ຈໍາກັດການປະກາດຢູ່ແອັບ Ego
ສົ່ງຂໍ້ຄວາມຫາເບີໂທຕິດຕໍ່ທີ່ທ່ານສະໜອງ ໃຫ້ນັ້ນ, ສົ່ງອີເມວ ຫາທີ່ຢູ່ ອີເມວຂອງທ່ານ, ສົ່ງຂໍ້ຄວາມຫາ ID ຂອງທ່ານ, ຂໍ້ຄວາມໃນລະບົບ,
ຫຼັງຈາກສົ່ງສຳເລັດແລ້ວ ຖືວ່າທ່ານໄດ້ຮັບຊາບ XI . ການສິ້ນສຸດສັນຍາ 9.1
ກໍລະນີຂອງການສິ້ນສຸດ 9.1.1 ການສິ້ນສຸດທີ່ເກີດຈາກຜູ້ຊົມໃຊ້: ທ່ານມີສິດສິ້ນສຸດສັນຍາສະບັບນີ້ ໂດຍຜ່ານວິທີການໃດໜຶ່ງດັ່ງລຸ່ມ ນີ້: (1) ເມື່ອຕອບສະໜອງຄົບເງື່ອນໄຂລົບລ້າງບັນຊີຕາມແອັບ Ego
ປະກາດອອກແລ້ວທ່ານລົບລ້າງບັນຊີ ຂອງທ່ານຜ່ານບໍລິການອັດຕະໂນມັດຂອງເວັບໄຊ; (2) ທ່ານຢຸດໃຊ້ ແລະ ບໍ່ຍອມຮັບລາຍການປ່ຽນແປງກ່ອນທີ່ລາຍການປ່ຽນແປງນີ້ຈະເກີດຜົນສັກສິດ; (3) ທ່ານບໍ່ເຫັນດີສືບຕໍ່ໃຊ້ບໍລິການແອັບ Ego
ພ້ອມທັງຖືກຕ້ອງຕາມເງື່ອນໄຂສິ້ນສຸດແອັບ Ego 9.1.2 ການສິ້ນສຸດທີ່ເກີດຈາກ Ego: ເມື່ອເກີດກໍລະນີດັ່ງຕໍ່ໄປນີ້
Ego ສາມາດແຈ້ງການ ການສິ້ນສຸດສັນຍາສະບັບນີ້ ໃຫ້ທ່ານຊາບໂດຍຜ່ານວິທີການທີ່ໄດ້ລະບຸໄວ້ໃນຂໍ້ທີ່ 8 ຂອງສັນຍາສະບັບນີ້: (1)
ທ່ານລະເມີດສັນຍາສະບັບນີ້ Ego
ສິ້ນສຸດສັນຍາສະບັບນີ້ຕາມການລະເມີດ; (2) ທ່ານລັກໃຊ້ບັນຊີຄົນອື່ນ, ໂພສຂ່າວສານຫວງຫ້າມ,
ຕົວະຍົວະເອົາຊັບສິນຄົນອື່ນ, ຈໍາໜ່າຍຂອງປອມກໍ່ ກວນຄວາມເປັນລະບຽບຮຽບຮ້ອຍຂອງຕະຫຼາດ, ມີພຶດຕິກໍາໃຊ້ເລລ່ຽມບໍ່ຊອບທໍາ, Ego ກວດສອບປິດ ບັນຊີຂອງທ່ານ ຕາມລະບຽບຂອງແອັບ Ego; (3) ນອກຈາກກໍລະນີທີ່ກ່າວມາຂ້າງເທິງແລ້ວ ຍ້ອນທ່ານລະເມີດກົດລະບຽບທີ່ກ່ຽວຂ້ອງຂອງແອັບ Ego ຫຼາຍຄັ້ງ ແລະ ຮ້າຍແຮງ Ego
ກວດສອບປິດບັນຊີຂອງທ່ານຕາມລະບຽບຂອງແອັບ Ego; (4) ບັນຊີຂອງທ່ານຖືກ Ego
ເກັບຄືນໂດຍອີງຕາມສັນຍາສະບັບນີ້; (5)
ກໍລະນີອື່ນໆ
ທີ່ຄວນສິ້ນສຸດການບໍລິການ. 9.2 ການແກ້ໄຂຫຼັງຈາກສິ້ນສຸດສັນຍາ 9.2.1 ການເປີດເຜີຍຂ່າວສານຜູ້ຊົມໃຊ້: ພາຍຫຼັງສິ້ນສຸດສັນຍາສະບັບນີ້ ນອກຈາກກົດລະບຽບທີ່ກົດ ໝາຍໄດ້ລະບຸໄວ້ແລ້ວ Ego ບໍ່ມີພັນທະໃນການເປີດເຜີຍຂ່າວສານໃດໆ ຢູ່ໃນບັນຊີຂອງທ່ານໃຫ້ທ່ານ ຫຼື ຝ່າຍທີ່3 ທີ່ທ່ານລະບຸໄວ້ນັ້ນຊາບ. 9.2.2 ສິດທິ Ego: ພາຍຫຼັງສິ້ນສຸດສັນຍາສະບັບນີ້ Ego ຍັງມີສິດດັ່ງຂ້າງລຸ່ມນີ້: (1) ສືບຕໍ່ເກັບຮັກສາຂ່າວສານທຸກປະເພດທີ່ໄດ້ລະບຸໄວ້ໃນແຕ່ລະຂໍ້ຂອງສັນຍາສະບັບນີ້ທີ່ທ່ານໄດ້ເກັບໄວ້ຢູ່ໃນແອັບ Ego (2) ສໍາລັບພຶດຕິກໍາການລະເມີດຂອງທ່ານທີ່ຜ່ານມາ Ego ກໍ່ຍັງສາມາດອີງຕາມສັນຍາສະບັບນີ້ທວງຄວາມຮັບຜິດ ຊອບຕໍ່ການລະເມີດສັນຍານໍາທ່ານໄດ້. 9.2.3 ການແກ້ໄຂການຂາຍ: ພາຍຫຼັງສິ້ນສຸດສັນຍາສະບັບນີ້ແລ້ວ, ສໍາລັບອໍເດີ້ທີ່ເກີດຂຶ້ນ ໃນລະຫວ່າງປະຕິບັດສັນຍາສະບັບນີ້ນັ້ນ Ego ສາມາດແຈ້ງການໃຫ້ຝ່າຍຂາຍນໍາກັນຊາບພ້ອມທັງອີງຕາມເຈດຕະນາລົມຂອງຝ່າຍຂາຍຕັດສິນວ່າຈະປິດອໍເດີ້ການຂາຍດັ່ງກ່າວ ຫຼື
ຖ້າຫາກຝ່າຍ ຂາຍນໍາ ກັນຮຽກຮ້ອງໃຫ້ສືບຕໍ່ປະຕິບັດທ່ານກໍ່ຄວນສືບຕໍ່ປະຕິບັດສັນຍາສະບັບນີ້ ຕາມອໍເດີ້ດັ່ງກ່າວ ກັບກໍາ ນົດໝາຍອໍເດີ້ການຂາຍ, ພ້ອມທັງຮັບຜິດຊອບຄວາມເສຍຫາຍ ຫຼື ຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນ ທັງໝົດ ທີ່ເກີດຂື້ນຍ້ອນເຫດນີ້. X. ກົດໝາຍນຳໃຊ້, ຄຸ້ມຄອງ
ແລະ ອື່ນໆ 10.1 ກົດໝາຍນຳໃຊ້ ການກໍານົດຂຶ້ນ, ຜົນສັກສິດ, ການອະທິບາຍ, ດັດແກ້,
ເພີ່ມເຕີມ, ສິ້ນສຸດ, ການປະຕິບັດ ແລະ ການແກ້ໄຂຂໍ້ຂັດແຍ່ງຂອງສັນຍາສະບັບນີ້ ລ້ວນແຕ່ແມ່ນນຳໃຊ້ຕາມກົດໝາຍຂອງ ສປປ ລາວ ຖ້າຫາກ ກົດໝາຍບໍ່ມີກົດລະບຽບທີ່ກ່ຽວຂ້ອງ, ໃຫ້ອີງຕາມກໍລະນີທີ່ສອດຄ່ອງກັບທຸລະກິດ ຫຼື ກໍລະນີທີ່ສອດຄ່ອງ ກັບກິດຈະການ. 10.2 ການຄຸ້ມຄອງ: ຂໍ້ຂັດແຍ່ງທີ່ເກີດຈາກການໃຊ້ບໍລິການແອັບ Ego ແລະ ກ່ຽວຂ້ອງກັບການບໍລິການແອັບ Ego, ທາງ Ego ແລະ ທ່ານ ປຶກສາຫາລືກັນແກ້ໄຂ ຖ້າຫາລືກັນບໍ່ສໍາເລັດແມ່ນຝ່າຍໃດຝ່າຍໜຶ່ງສາມາດຍື່ນຄຳຮ້ອງຟ້ອງຫາ ສານປະຊາຊົນທີ່ມີສິດຄຸ້ມຄອງຢູ່ທ້ອງຖິ່ນອີກຝ່າຍອາໄສຢູ່ ມີລັກສະນະຈໍາແນກໃດໜຶ່ງ ຂອງສັນຍາສະບັບນີ້ຖືເປັນ ໂມຄະບໍ່ມີຜົນສັກສິດ ຫຼື ບໍ່ສາມາດປະຕິບັດໄດ້ ກໍ່ຖືວ່າຂໍ້ດັ່ງກ່າວ ສາມາດຈໍາແນກໄດ້ ພ້ອມທັງບໍ່ສົ່ງຜົນກະທົບ ຕໍ່ຜົນສັກ ສິດກັບລັກສະນະປະຕິບັດຂອງຂໍ້ອື່ນທີ່ຍັງເຫຼືອໃນສັນຍາສະບັບນີ້. |